ຂົວສີຟ້າ​ - ຖ້ຳນອນ ເມືອງວັງວຽງ


 ທ່ຽວວັງວຽງ 

    ຂົວສີຟ້າ-ຖໍ້ານອນ ຕັ້ງຢູ່ບ້ານ ຫ້ວຍສະເງົາ  ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກທາງເລກທີ 13 ເໜືອປະມານ 1,5 ກິໂລແມັດ, ທາງເຂົ້າໄປແມ່ນຈະໃກ້ກັບຕະຫຼາດວັງວຽງ. ຂົວສີຟ້າ-ຖໍ້ານອນເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະ ເປັນອີກຖໍ້າໜຶ່ງທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັ້ງໃນປະເທດ ແລະ ຕ່າງປະເທດ, ມີຫຼາຍກິດຈະກຳ ແລະ ສິ່ງອໍານວຍຄວາມສະດວກທີ່ເປີດໃຫ້ບໍລິການເປັນຕົ້ນແມ່ນ: 

🎈 ຂີ່ສະລິງ ທີ່ມີຄວາມຍາວ 2000 ແມັດ

🎈 ການຍ່າງເລາະຖໍ້າທີ່ມີປະຊາຊົນເປັນຜູ້ນໍາທາງທ່ຽວຊົມຢູ່ຖໍ້ານອນ

🎈 ມີຮ້ານອາຫານໃຫ້ບໍລິການ

🎈 ຖ່າຍຮູບ

🎈 ສະຖານທີ່ນັ່ງພັກຜ່ອນ

🎈 ຫ້ອງນໍ້າໃຫ້ບໍລິການ

    ທ່ານ ບຸນພັນ ວົງສໍາພັນ ຫົວໜ້າບໍລິສັດທ່ອງທ່ຽວ ວັນເດີຟູລາວ ໄດ້ມີແນວຄິດທີ່ຈະສ້າງລາຍຮັບເພີ່ມຂຶ້ນໃຫ້ບໍລິສັດ ແລະ ລັດຖະບານ ພໍມາຮອດປີ, ພໍມາຮອດປີ 2015 ຈຶ່ງໄດ້ສ້າງສະລິງ ເພື່ອບໍລິການໃຫເແກ່ນັກທ່ອງທ່ຽວມາທ່ຽວໃນຖ້ຳນອນແຫຼ່ງນີ້ ແລະ ບໍລິສັດ ວັນເດີຟູລາວ ຍັງມີບໍລິການອື່ນໆເຊັ່ນ:

🎈 ການຂີ່ສະລິງ

🎈 ບໍລິການຂີ່ເຮືອຄາຍັກລ້ອງນໍ້າຊ່ອງ

🎈 ບໍລິການຮ້ານອາຫານ

🎈 ບໍລິການປີ້ນຜາ

🎈 ບໍລິການຍ່າງປ່າເພື່ອຊົມທໍາມະຊາດ

🎈 ບໍລິການຂີ່ລົດຖີບ

🎈 ມີບໍລິການລົດຮັບສົ່ງ

    ທຸກບໍລິການແມ່ນຈະມີ Guide ພາທ່ຽວພ້ອມທັງມີອຸປະກອນຮັກສາຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວນອກຈາກການບໍລິການທີ່ສໍາຄັນແລ້ວອີກສິ່ງໜຶ່ງກາຄືການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃຫ້ຊາວບ້ານຫ້ວຍສະເງົາໃຫ້ມີລາຍຮັບທີ່ໝັ້ນຄົງ ແລະ ທັງເປັນການປົກປັກຮັກສາແຫຼ່ງທ່ອງທ່ຽວໃຫ້ມີຄວາມສະອາດສວຍງາມສາມາດດືງດູດນັກທ່ອງທ່ຽວໃຫ້ມາທ່ອງທ່ຽວໃຊ້ບໍລິການຫຼາຍຂຶ້ນ.



    ສະພານສີຟ້າຈະມີແມ່ນໍ້າຊ່ອງໄຫຼຜ່ານ ເຊິ່ງວ່າສາຍນໍ້ານີ້ຈະມີການລ້ອງເຮືອຄະຍັກເປັນຈຸດຜ່ານ ຫຼື ບາງກຸ່ມກໍຈະຍຸດເຮືອຢູ່ບ່ອນນີ້ ເພື່ອເຂົ້າມາທ່ຽວຖໍ້້ານອນ


ພວກເຮົາເດີນທາງໄປຖ້ຳຂອງບໍລິການຈາກບໍລິສັດ 



ແຕ່ລະຈຸດຂອງການຂີ່ສະລິງຈະມີພະນັກງານປະຈໍາແຕ່ລະບ່ອນເພື່ອແນະນໍາ ແລະ ປະກອບອຸປະກອນໃຫ້ທຸກເທື່ອ


 


    ສໍາລັບອາຫານທ່ຽງແມ່ນທາງບໍລິສັດຈະກະກຽມໄວ້ໃຫ້ ເຊິ່ງຂ້ອຍປະທັບໃຈຫຼາຍເນື່ອງຈາກວ່າເປັນອາຫານງ່າຍ ແລະ ຫໍດ້ວຍໃບຕອງເພື່ອຫຼູດຜ່ອນການນໍາໃຊ້ພາສ໌ຕິກໂດຍບໍ່ຈໍາເປັນ



ຂີ່ສະລິງແມ່ນເປັນເທື່ອທຳອິດມີຄວາມຕື່ນເຕັ້ນ ແລະ ຫວາດສຽວສຸດໆໄປເລີຍ



    ສໍາລັບການຍ່າງເລາະຖ້ຳນອນແມ່ນຈະໄດ້ຂີ່ກົງເບັງເຂົ້າໄປເພາະທາງເຂົ້າຈະເປັນນໍ້າ ເຊິ່ງຈະມີອຸປະກອນໃຫ້ກັບນັກທ່ອງທ່ຽວແຕ່ລະຄົນຈະມີ ເສື້ອຊູຊີບ, ໂຄມໄຟຫົວ, ໝວກ. ເວລາເຂົ້າໄປຈະໄດ້ຈັບເຊືອກເພື່ອໃຫ້ໄປໄດ້ຖືກທາງ ແລະ ບໍ່ລອຍອອກໄປໄກ.








Comments