Posts

ຂົວສີຟ້າ​ - ຖ້ຳນອນ ເມືອງວັງວຽງ

Image
  ທ່ຽວວັງວຽງ       ຂົວສີຟ້າ-ຖໍ້ານອນ ຕັ້ງຢູ່ບ້ານ ຫ້ວຍສະເງົາ  ເມືອງວັງວຽງ ແຂວງວຽງຈັນ ຫ່າງຈາກທາງເລກທີ 13 ເໜືອປະມານ 1,5 ກິໂລແມັດ, ທາງເຂົ້າໄປແມ່ນຈະໃກ້ກັບຕະຫຼາດວັງວຽງ. ຂົວສີຟ້າ-ຖໍ້ານອນເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະ ເປັນອີກຖໍ້າໜຶ່ງທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັ້ງໃນປະເທດ ແລະ ຕ່າງປະເທດ, ມີຫຼາຍກິດຈະກຳ ແລະ ສິ່ງອໍານວຍຄວາມສະດວກທີ່ເປີດໃຫ້ບໍລິການເປັນຕົ້ນແມ່ນ:  🎈 ຂີ່ສະລິງ ທີ່ມີຄວາມຍາວ 2000 ແມັດ 🎈 ການຍ່າງເລາະຖໍ້າທີ່ມີປະຊາຊົນເປັນຜູ້ນໍາທາງທ່ຽວຊົມຢູ່ຖໍ້ານອນ 🎈 ມີຮ້ານອາຫານໃຫ້ບໍລິການ 🎈 ຖ່າຍຮູບ 🎈 ສະຖານທີ່ນັ່ງພັກຜ່ອນ 🎈 ຫ້ອງນໍ້າໃຫ້ບໍລິການ      ທ່ານ ບຸນພັນ ວົງສໍາພັນ ຫົວໜ້າບໍລິສັດທ່ອງທ່ຽວ ວັນເດີຟູລາວ ໄດ້ມີແນວຄິດທີ່ຈະສ້າງລາຍຮັບເພີ່ມຂຶ້ນໃຫ້ບໍລິສັດ ແລະ ລັດຖະບານ ພໍມາຮອດປີ, ພໍມາຮອດປີ 2015 ຈຶ່ງໄດ້ສ້າງສະລິງ ເພື່ອບໍລິການໃຫເແກ່ນັກທ່ອງທ່ຽວມາທ່ຽວໃນຖ້ຳນອນແຫຼ່ງນີ້ ແລະ ບໍລິສັດ ວັນເດີຟູລາວ ຍັງມີບໍລິການອື່ນໆເຊັ່ນ: 🎈 ການຂີ່ສະລິງ 🎈 ບໍລິການຂີ່ເຮືອຄາຍັກລ້ອງນໍ້າຊ່ອງ 🎈 ບໍລິການຮ້ານອາຫານ 🎈 ບໍລິການປີ້ນຜາ 🎈 ບໍລິການຍ່າງປ່າເພື່ອຊົມທໍາມະຊາດ 🎈 ບໍລິກາ...